Category Archive ຂ່າວສານ & ເຫດການ

ByTongngern PHONGSAVATH

ອັບເດດຂໍ້ມູນຂ່າວສານການຈັດຕັ້ງປະຕິບັດໂຄງການຊ່ວງໄລຍະ ເດືອນ 3/2020 ຫາ 06/2021 ທີ່ຜ່ານມາ

ການຄຸ້ມຄອງປ່າໄມ້ແບບຍືນຍົງ ຢູ່ພາກ ເໜືອຂອງ ສປປ ລາວ  

ສະພາບລວມ

ສປປ ລາວ ເປັນປະເທດທີ່ມີພື້ນຖານເສດຖະກິດຕິດພັນກັບການຜະລິດກະສິກໍາ. ພົນລະເມືອງສ່ວນໃຫຍ່ ແມ່ນອາໄສຢູ່ເຂດຊົນນະບົດ ໂດຍສະເພາະ ເຂດທີ່ມີປ່າໄມ້. ປ່າໄມ້ ເປັນພື້ນຖານເສດຖະກິດ ສໍາລັບ ປະຊາຊົນທີ່ອາໄສຢູ່ເຂດຊົນນະບົດ ຊື່ງເປັນແຫຼ່ງສະໜອງ ອາຫານ, ເຊື້ອເພີງ ແລະ ວັດຖຸກໍ່ສ້າງ, ທີ່ດີນ ແລະ ອາຊີບ, ແລະ ເປັນແຫຼ່ງທີ່ຢູ່ອາໄສໃນການດໍາລົງຊີວິດ. ສະນັ້ນແລ້ວ, ການຄຸ້ມຄອງປ່າໄມ້ແບບຍືນຍົງ ເປັນອີກຮູບແບບໜື່ງທີ່ມີຄວາມສໍາຄັນຫຼາຍຕໍ່ ການສ້າງຜົນປະໂຫຍດ ໃຫ້ກັບພາກສ່ວນຕ່າງໆ ແລະ ປະກອບສ່ວນເຂົ້າໃນ ຜົນສໍາເລັດຂອງເປົ້າໝາຍສະຫະສະຫວັດ. ຍຸດທະສາດປ່າໄມ້ປີ 2020 ຂອງ ສປປ ລາວ ມີເປົ້າໝາຍເພື່ອເພີ້ມຄວາມປົກຫຸ້ມປ່າໄມ້ຈາກ 47% ເປັນ 70% ໃນ 2020 ເພື່ອສະໜອງຜະລິດຕະພັນປ່າໄມ້ແບບຍືນຍົງ, ຮັກສາຄວາມເປັນເອກະລັກ ແລະ ຖີ່ນຢູ່ອາໄສທີ່ຖືກບຸກລຸກ ແລະ ສົ່ງເສີມ ອະນຸລັກປົກປັກຮັກສາສິ່ງແວດລ້ອມ. ລັດຖະບານລາວໄດ້ໃຫ້ບູລິມະສິດ ໃນການປັບປຸງ ແຜນນໍາໃຊ້ທີ່ດີນປ່າໄມ້, ສົ່ງເສີມ ການຟື້ນຟູປ່າໄມ້ ໃນພື້ນທີ່ດີນເຊື່ອມໂຊມ, ເສີມຂະຫຍາຍ ການບັງຄັບໃຊ້ກົດໝາຍ ເພື່ອຢຸດຕິ ການຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ການຖາງປ່າປ່າເຮັດໄຮ່, ອານຸລັກຊີວະນາໆພັນ ແລະ ສົ່ງເສີມປ່າໄມ້ບ້ານ ເພື່ອຍົກລະດັບການມີສ່ວນຮ່ວມຂອງປະຊາຊົນ ໃນການຄຸ້ມຄອງປ່າໄມ້ ເພື່ອສ້າງຜົນປະໂຫຍດໃຫ້ກັບປະຊາຊົນ. ແຂວງ ຫຼວງນໍ້າທາ, ແຂວງ ອຸດົມໄຊ ແລະ ແຂວງ ບໍ່ແກ້ວ ຊື່ຕັ້ງຢູ່ພາກເໜືອຂອງ  ສປປ ລາວ

ຊື່ງມີພື້ນທີ່ປ່າໄມ້ກວມເອົາ 63%, 77% ແລະ 80% ຂອງພື້ນທີ່ດີນທັງໝົດ ຕາມລໍາດັບ. ພົນລະເມືອງຢູ່ ສາມ ແຂວງ ສ່ວນຫຼາຍ ຍັງທຸກຍາກ ລວມມີ 334 ບ້ານ ໃນ 11, ຊື່ງອາໄສປ່າໄມ້ເປັນບ່ອນຄໍ້າປະກັນດ້ານສະບຽງອາຫານ, ການດໍາລົງຊີວິດ ແລະ ເປັນແຫຼ່ງສ້າງລາຍຮັບ ດ້ວຍການຖາງປ່າເຮັດໄຮ່ທີ່ໄດ້ເຮັດສືບກັນມາຕາມຮີດຮອງ.​ ການຖາງປ່າເຮັດໄຮ່ ແລະ ການຂຸດຄົ້ນໄມ້ຊະຊາຍ ເປັນສາເຫດຂອງການທໍາລາຍປ່າໄມ້, ເຮັດໃຫ້ປ່າໄມ້ເຊື່ອມໂຊມ ແລະ ຄວາມປົກຫຸ່ມປ່າໄມ້ຫຼຸດລົງ ແລະ ຍັງບໍ່ມີທ່າອ່ຽງວ່າຈະຫຼຸດລົງ. ເພື່ອເປັນການແກ້ໄຂບັນຫາ, ປີ 2015 APFNet ໄດ້ເຊັນຂໍ້ຕົກລົງຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ ເພື່ອຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ ຢູ່ພາກເໜືອຂອງ ສປປ ລາວ ແລະ ປະຈຸບັນ ໄດ້ຂະຫຍາຍໄລຍະເວລາໂຄງການອອກໄປຈົນເຖີງ ວັນທີ 22 ກຸມພາ 2022 ພາຍໃຕ້ໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ ຢູ່ພາກເໜືອຂອງ ສປປ ລາວ. ໂຄງການດັ່ງກ່າວ ຈະສະແດງໃຫ້ເຫັນວິທີການທີ່ດີທີ່ສຸດ ໃນການຄຸ້ມຄອງປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ໃຫ້ມີຄວາມຍືນຍົງ. ສາມ ແຂວງ ໄດ້ຕັ້ງເປົ້າໝາຍ ຟື້ນຟູປ່າເຊື່ອມໂຊມໃຫ້ໄດ້ 7,232 ເຮັກຕາ, 393,845 ເຮັກຕາ ແລະ 3,000 ເຮັກຕາ ຕາມລຳດັບ. ເພື່ອບັນລຸເປົ້າໝາຍດັ່ງກ່າວ ທັງ ສາມ ແຂວງໄດ້ຊອກຫາໂອກາດ ເພື່ອສໍາຫຼສດ, ສາທິດ ແລະ ເສີມຂະຫຍາຍ ວິທີການປະຕິບັດທີ່ມີປະສິດທິຜົນ ແລະ ສ້າງຕົວແບບ ສໍາລັບ ປ່າໄມ້ບ້ານ, ການຟື້ນຟູປ່າໄມ້ ແລະ ກົນໄກການປົກປັກຮັກສາຊີວະນາໆພັນ.

 

ເປົ້າໝາຍ ແລະ ຈຸດປະສົງ

ເປົ້າໝາຍຫຼັກຂອງໂຄງການແມ່ນເພື່ອ ສໍາຫຼວດ ແລະ ສາທິດ ວິທີການຟື້ນປ່າໄມ້ ແລະ ການປູກປ່າ ເພື່ອສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ ຢູ່ ພາກເໜືອ ຂອງ ສປປ ລາວ. ຊື່ງມີຈຸດປະສົງຍ່ອຍດັ່ງນີ້ :

1) ເພື່ອສໍາຫຼວດ, ທົດສອບ ແລະ ສາທິດ ວິທີການຟື້ນຟູປ່າໄມ້ ແລະ ການຄຸ້ມຄອງປ່າໄມ້ທີ່ມີປະສິດທິພາບ ແລະ ຕອບສະໜອງກົກໄກ ເພື່ອສ້າງຜົນປະໂຫຍດໃຫ້ກັບບັນດາພາກສ່ວນທີ່ກ່ຽວຂ້ອງ;

2) ເພື່ອເສີ້ມຂະຫຍາຍ ການບັງຄັບໃຊ້ກົດໝາຍ ແລະ ສົ່ງເສີມ ການຮ່ວມມື ດ້ານການອະນຸລັກຊີວະນາໆພັນຕາມແລວຊາຍແດນ;

3) ເພື່ອແບ່ງປັນ ຂໍ້ມູນຂ່າວສານ ແລະ ຄວາມຮູ້ດ້ານ ການປະຕິບັດ ກ່ຽວກັບ ການປູກປ່າ ແລະ ການຟື້ນຟູປ່າໄມ້.

ຂອບເຂດໂຄງການ

ໂຄງການໄດ້ຈັດຕັ້ງປະຕິບັດຢູ່ ເມືອງນໍ້າທາ ແຂວງ ຫຼວງນໍ້າທາ, ເມືອງ ນາໝໍ້ ແຂວງ ອຸດົມໄຊ ແລະ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ. ຂອບເຂດຂອງປ່າປ້ອງກັນແຫ່ງຊາດຂອງລາວ ແລະ ເຂດປົກປັກຮັກສາທໍາມະຊາດ Xishuangbanna ຂອງ ສປ ຈີນ. ລວມມີ 3 ບ້ານຄື: ບ້ານຫ້ວຍຮ່ອມ, ບ້ານນໍ້າແພງ, ແລະ ບ້ານດອນເງີນ

ຜົນສໍາເລັດ ການຈັດຕັ້ງປະຕິບັດກິດຈະກໍາ ຈົນເຖີງປະຈຸບັນ

  ຜົນໄດ້ຮັບ 1: ການພັດທະນາແຜນນໍາໃຊ້ທີ່ດີນ (FLUP) ສໍາລັບ ເມືອງ ແລະ ບ້ານ  

 

ກາງປີ 2020, ຈັດຕັ້ງກອງປະຊຸມປຶກສາຫາລື ຢູ່ທີ່ຫ້ອງປະຊຸມ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຂື້ນ ຊື່ງມີຫຼາຍພາກສ່ວນຫຼັກໆເຂົ້າຮ່ວມ ລວມທັງ ບັນດາຜູ້ແທນຈາກຫ້ອງການເຈົ້າເມືອງ, ແຜນການ, ຊົນລະປະທານ, ນໍ້າປາປະ, ຂົນສົ່ງ ແລະ ຫ້ອງການອຸດສາຫະກໍາ. ເຊີ່ງມີຈຸດປະສົງເພື່ອ ຮ່າງແຜນນໍາໃຊ້ທີ່ດີນ (FLUPs) ສະບັບສົມບູນ ຂອງແຂວງເປົ້າໝາຍ, ໃນເວລາດຽວກັນນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ຕົກລົງເຫັນດີ ແລະ ເປັນເອກະພາບກັນ ແລະ ຖືເອົາສະບັບດັ່ງກ່າວເປັນສະບັບສົມບູນ. ຫຼັງຈາກນັ້ນ ເຈົ້າເມືອງຂອງແຕ່ລະເມືອງເປົ້າໝາຍ ຈະທົບທວນ ແລະ ຄາດວ່າຈະຮັບຮອງຢ່າງເປັນທາງການ ພາຍໃນປີ 2021.   

ຜົນໄດ້ຮັບ 2: ວິທີການ ແລະ ການປະຕິບັດ ຟື້ນຟູປ່າໄມ້ ແລະ ການປູກປ່າ (FR&R) 

 

 

ມາຮອດປະຈຸບັນ ໂຄງການໄດ້ປູກໄມ້ ໃນພື້ນທີ່ 174 ເຮັກຕາ ທີ່ໄດ້ກໍານົດເປັນເຂດສາທິດ ຟື້ນຟູປ່າໄມ້ ຊື່ງໃນນັ້ນ ຢູ່ແຂວງ ອຸດົມໄຊ ຈໍານວນ 12,300 ເບ້ຍໃນພື້ນທີ່ 90 ເຮັກຕາ (ບ້ານນໍ້າແພງ), ແຂວງ ຫຼວງນໍ້າທາ ຈໍານວນ 4,450 ເບ້ຍ ໃນພື້ນທີ່ 54 ເຮັກຕາ (ບ້ານຫ້ວຍຮ່ອມ) ແລະ ແຂວງ ບໍ່ແກ້ວ ຈໍານວນ 5,000 ເບ້ຍໃນພື້ນທີ່ 30 ເຮັກຕາ (ບ້ານດອນເງີນ) ຊື່ງໄດ້ຮັບການສະໜັບສະໜູນດ້ານເຕັກນິກ ວິຊາການໂດຍ ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ, ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ (ຫ້ອງການຄຸ້ມຄອງໂຄງການ ທັງສູນກາງ ແລະ ແຂວງ). ຊະນິດພັນໄມ້ ສ່ວນໃຫຍ່ທີ່ປູກແມ່ນ ເປັນຊະນິດພັນພື້ນເມືອງ ເປັນຕົ້ນແມ່ນ ໄມ້ແຕ້ຂ່າ, ໄມ້ດູ່ລາຍ, ໄມ້ຂະຍຸງ, ແດງ, ແດງນໍ້າ, ແດງເລືອດ ແລະ ໄມ້ກວາງແດງ.

ພ້ອມດຽວກັນນັ້ນ, ຍັງໄດ້ປູກເຄື່ອງປ່າຂອງດົງ (NTFPs) ໃນພື້ນທີ່ທັງໝົດ 53.49 ຮຕ, ເຊີ່ງໄດ້ຈັດແບ່ງອອກແຕ່ລະແຂວງເປົ້າໝາຍ ດັ່ງນີ້:

Þ ແຂວງຫຼວງນໍ້າທາ: ປູກໝາກແໜ່ງ (23,000 ເບ້ຍ) ໃນພື້ນທີ່ 9.2 ຮຕ, ມາກຄາເດເມຍ (750 ເບ້ຍ) ໃນພື້ນທີ່ 2.1 ຮຕ (ນໍາເຂົ້າຈາກ ສປ ຈີນ), ແລະ ເປືອກເມືອກ (7.500 ເບ້ຍ) ໃນພື້ນທີ່ 4.5 ຮຕ.

Þ ແຂວງອຸດົມໄຊ: ປູກໝາກແໜ່ງ (49,000 ເບ້ຍ) ໃນພື້ນທີ່ 14.6 ຮຕ, ມາກຄາເດເມຍ (700 ເບ້ຍ) ໃນພື້ນທີ່ 1.59 ຮຕ, ໄມ້ເກດສະໜາ (450 ເບ້ຍ) ໃນພື້ນທີ່ 0.7 ຮຕ ແລະ ຢາງບົງ (3,000 ເບ້ຍ) ໃນພື້ນທີ່ 2 ຮຕ.

Þ ແຂວງບໍແກ້ວ: ປູກໝາກແໜ່ງ (18,000 ເບ້ຍ) ໃນພື້ນທີ່ 6 ຮຕ, ມາກຄາເດເມຍ (1,050 ເບ້ຍ) ໃນພື້ນທີ່ 2.3 ຮຕ, ນອກຈາກນັ້ນ ໂຄງການຍັງໄດ້ສະໜັບສະໜູນໃຫ້ປູກ ໝາກຕາວ (3,000 ເບ້ຍ) ໃນພື້ນທີ່ 3.5 ຮຕ, ແລະ ຫວາຍ (6,500 ເບ້ຍ) ໃນພື້ນທີ່ 7 ຮຕ.

ຜົນໄດ້ຮັບ 3: ລະບົບການຕິດຕາກວດກາປ່າໄມ້ ຜ່ານແຜນດໍາເນີນງານ ການບັງຄັບໃຊ້ກົດໝາຍປ່າໄມ້ ແລະ ການກວດກາລາດຕະເວນ

ມາເຖີງປະຈຸບັນ ການສ້າງ ແຜນດໍາເນີນງານ ການບັງຄັບໃຊ້ກົດໝາຍ (FLEAP) ໄດ້ສໍາເລັດ ສໍາລັບ 3 ແຂວງເປົ້າໝາຍ ແຕ່ກົມກວດກາປ່າໄມ້ ໄດ້ຮຽກຮ້ອງໃຫ້ ພະແນກ ກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຮອງ ແຕ່ລະແຂວງເປົ້າໝາຍ. ຊື່ງປະຈຸບັນ ມີພຽງແຕ່ ແຂວງອຸດົມໄຊ ທີ່ໄດ້ຜ່ານການເຫັນດີ ຈາກ ກົມກວດກາປ່າໄມ້, ສ່ວນ 2 ແຂວງທີ່ຍັງເຫຼືອ (ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ) ຄາດວາ່ຈະຜ່ານການເຫັນດີຈາກກົມກວດກາປ່າໄມ້ ແລະ FLEAP ທັງສາມແຂວງ ຈະຖືກຮັບຮອງພາຍ ໃນປີ 2021 ແລະ ພາຍຫຼັງຮັບຮອງແລ້ວ, ຈະໄດ້ແປເປັນພາສາອັງກິດ ເພື່ອເຜີຍແຜ່ໃຫ້ກັບອົງການສາກົນ. ການກວດກາລາດຕະເວນ ເປັນສ່ວນທີ່ສໍາ

ຄັນໃນການຕິດຕາມກວດກາ ຊື່ງປະຕິບັດໂດຍທີມງານບັງຄັບໃຊ້ກົດໝາຍ. ການກວດກາລາດຕະເວນຊ່ວຍ ປ້ອງກັນບໍ່ໃຫ້ເກີດມີປະກົດການເຮັດຜິດກົດໝາຍ ໂດຍສະເພາະ ກິດຈະກໍາໃດ ທີ່ຂັດຕໍ່ກົດໝາຍປ່າໄມ້.

ກອງກວດກາປ່າໄມ້, ກົມກວດກາປ່າໄມ້ ແລະ ທີມງານກວດກາປ່າໄມ້ບ້ານ ໄດ້ກໍານົດເສັ້ນທາງກວດກາລາດຕະເວນຂື້ນ ເພື່ອປົກປັກຮັກສາຊັບ ພະຍາກອນທໍາມະຊາດ ພາຍໃນພື້ນທີ່ປ່າໄມ້ບ້ານ, ເຊີ່ງໃນ ໜື່ງປີ ຈະຕ້ອງດໍາເນີນກວດກາລາດຕະເວນຢູ່ 9 ຄັ້ງ ແລະ ແຕ່ລະຄັ້ງຕ້ອງມີບົດບັນທຶກ. ໃນປີ 2021, ແຂວງບໍ່ແກ້ວໄດ້ສໍາເລັດກາດກວດກາລາດຕະເວນ, ແຕ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ສາມາດປະຕິບັດໄດ້ 5 ຄັ້ງ ແລະ 4 ຄັ້ງ ຕາມລໍາດັບ. ການລາດຕະເວນດັ່ງກ່າວ ສາມາດພົບເຫັນຜູ້ກະທໍາຜິດ ທັງໝົດ 4 ຄົນ ໃນນັ້ນ ແຂວງຫຼວງນໍ້າທາ 2 ຄົນ, ແຂວງບໍ່ແກ້ວ 1 ຄົນ ແລະ ແຂວງອຸດົມໄຊ 1 ຄົນ. ເຊີ່ງກິດຈະກໍາສ່ວນຫຼາຍທີ່ພວກກ່ຽວກະທໍາຜິດແມ່ນ ຕັດຕົ້ນໄມ້ ແລະ ລ່າສັດທີ່ຫາຍາກ ແລະ ໃກ້ສູນພັນ  

 

ຜົນໄດ້ຮັບ 4: ການຮ່ວມມື ອານຸລັກຊີວະນາໆພັນຕາມແລວຊາຍແດນ ແລະ ລະບົບການຕິດຕາມໄຟປ່າ

ສໍາເລັດ ການສ້າງລະບົບການຕິດຕາມໄຟປ່າຢູ່ Kiu Lom, ປ່າປ້ອງກັນແຫ່ງຊາດນໍ້າຫ້າ, ເມືອງສິງ, ແຂວງຫຼວງນໍ້າທາ. ລະບົບດັ່ງກ່າວ ລວມມີ ສູນບັນຊາການຕິດຕາມໄຟປ່າ ແລະ ຍັງມີ ຫໍຄອຍສັງເກດການ ເພື່ອແຈ້ງເຕືອນ ເມື່ອກວດພົບຄວັນໄຟປ່າ ໃນລັດສະໜີ 15 Km; ພ້ອມນັ້ນ ຍັງສ້າງແຮ້ວຕາມເຂດຊາຍແດນເພື່ອກັນຊ້າງປ່າ; ສໍາເລັດການຕັ້ງກອງຕິດຕາມ ຈໍານວນ 20 ເຄື່ອງ ໃນເຂດປ່າປ້ອງກັນນໍ້າຫ້າ ເພື່ອສໍາຫຼວດຫາສັດທີ່ຫາຍາກ ແລະ ໃກ້ຈະສູນພັນ; ໄດ້ດໍາເນີນກວດກາລາດຕະເວນຮ່ວມ ຕາມແລວຊາຍແດນ ປ່າປ້ອງກັນ ລະຫວ່າງ ປ່າປ້ອງກັນນໍ້າຫ້າ ແລະ ຊາງຍົງ ຢູ່ ເມືອງຫຼ້າ, ສປ ຈີນ; ນອກຈາກນັ້ນ ຍັງໄດ້ເຮັດສໍາຫຼວດຫາພືດທີ່ຫາຍາກ ແລະ ໃກ້ຈະສູນພັນ ຢູ່ເຂດປ່າປ້ອງກັນນໍ້າຫ້າ ອີກດ້ວຍ.

 

ຜົນໄດ້ຮັບ 5: ເສີມສ້າງຄວາມອາດສາມາດດ້ານ ວຽກງານປ່າໄມ້ ແລະ ກວດກາປ່າໄມ້ ໃຫ້ກັບ ພະນັກງານ ແລະ ປະຊາຊົນ 

 

ຕັ້ງແຕ່ເລີ້ມປະຕິບັດໂຄງການ ຈົນມາເຖີງປະຈຸບັນ ໄດ້ມີຫຼາຍກິດຈະກໍາເກີດຂື້ນ ເພື່ອເສີມສ້າງຄວາມອາດສາມາດໃຫ້ກັບພະນັກງານແຂວງ ແລະ ເມືອງ ລວມທັງ ປະຊາຊົນ. ໜື່ງໃນນັ້ນ ແມ່ນການຝຶກອົບຮົມ ກ່ຽວກັບ ລະບົບການຕິດຕາມກວດກາໄຟປ່າ. ຝຶກອົບຮົມດັ່ງກ່າວ ໄດ້ຈັດຂື້ນມໃນປີ 2019 ທີ່ຕຶກບໍລິສັດສະຕາ ທີ່ເຮັດວຽກກ່ຽວກັບປ່າໄມ້, ເມືອງChanchun, ແຂວງ Jilin, ປະເທດຈີນ.  

 

ທ້າຍປີ 2021 ໂຄງການໄດ້ວາງແຜນທີ່ຈະຈັດຝຶກອົບຮົມທີ່ສໍາຄັນຂື້ນອີກ. ເຊີ່ງໜື່ງໃນນັ້ນ ແມ່ນ ຝຶກອົບຮົມ ກ່ຽວກັບ ການຄຸ້ມຄອງດ້ານການເງີນ ໂດຍມີຈຸດປະສົງຫຼັກເພື່ອ ແນະນໍາ ພະນັກງານປະສານງານໂຄງການຂັ້ນແຂວງ (PPMOs) ເຖີງວິທີ ກະກຽມ ແລະ ສະຫຼຸບ ເອກະສານທາງດ້ານການເງີນທີ່ຖືກຕ້ອງ; ແລະ ອະທິບາຍ ຮ່າງແຜນຈັດຕັ້ງປະຕິບັດກິດຈະກໍາໂຄງການ ທີ່ຊັດເຈນ, ສັງລວມ ແລະ ເຮັດບົດລາຍງານ ທີ່ປະຕິບັດຕາມ ຄູ່ມືແນະນໍາ ການຄຸ້ມຄອງດ້ານເງີນ. ນອກນັ້ນ, ຍັງມີຝຶກອົບຮົມ ກ່ຽວກັບ ການນໍາໃຊ້ເຄື່ອງມື GPS ແລະ ໂປຣແກມ GIS ໃຫ້ກັບແຂວງ ແລະ ເມືອງ ທີ່ເມືອງນາໝໍ້, ແຂວງອຸດົມໄຊ.

ຕິດຕໍ່ພົວພັນ:

ພະແນກ ປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ

ກົມປ່າໄມ້

ທາດດໍາ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ

ໂທ: +856-21-215000

tongphongsavth99@gmail.com 

http://laoapfnet.maf.gov.la

ByBounmy Lawlaithong

ແຂວງ ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ ລົງຕິດປ້າຍ, ປັກຫຼັກໝາຍເຂດຟື້ນຟູປ່າໄມ້

ໃນຊ່ວງເດືອນ ພະຈິກ-ເດືອນທັນວາ ປີ 2019 ພະນັກງານວິຊາການຈາກຂະແໜງປ່າໄມ້, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ ສົບທົບການຈັດຕັ້ງບ້ານ ຂອງບ້ານນໍ້າແພງ, ບ້ານຫ້ວຍຫ້ອມ ແລະ ບ້ານດອນເງີນ ລົງຕິດປ້າຍ, ປັກຫຼັກໝາຍເຂດຟື້ນຟູປ່າໄມ້ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຂດແດນລະຫວ່າງດິນທຳການຜະລິດຂອງປະຊາຊົນ ກັບ ເຂດຟື້ນຟູປ່າໄມ້ ແລະ ພ້ອມທັງໃຫ້ປະຊາຊົນເປັນເຈົ້າການຟື້ນຟູປ່າໄມ້ໃຫ້ມີຄວາມອຸດົມສົມບູນຂື້ນ.

Byphetsamone Xayyamoungkhoun

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020)

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ເປັນແຜນຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊມຸໃຫຍ່ຄງັ້ທ ີX ຂອງພກັ ແລະ ສບືຕໍ່ສມຸໃສ່ແກ້ໄຂຂໍ້ຄງົຄ້າງຂອງແຜນ 5 ປ ີຄງັ້ຜ່ານມາໃຫ້ປະກດົຜນົສໍາເລດັ. ນອກ ນນັ້, ຍັງເປັນແຜນຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດ-ສັງຄົມ ຮອດປີ 2025 ແລະ ວິໄສທັດຮອດປີ 2030, ສ້າງ ພື້ນຖານ ບາດລ້ຽວໃໝ່ໃຫ້ແກ່ການພັດທະນາ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ໃນປີ 2020 ແລະ ກ້າວໄປສູ່ປະເທດກໍາລງັພດັທະນາທມີ່ລີາຍຮບັປານກາງສງູໃນປ ີ2030. ດງັ່ນນັ້, ແຜນພດັທະນາເສດຖະ ກດິ-ສງັຄມົແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຈິ່ງມີຄວາມສໍາຄັນຫຼາຍຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະ ເທດຊາດຕາມແນວທາງກ ານປ່ຽນແປງໃໝ່ຂອງພັກ.
ແຜນພດັທະນາເສດຖະກດິ-ສງັຄມົແຫ່ງຊາດ 5 ປ ີຄງັ້ທ ີVIII (2016-2020) ເປນັແຜນບກຸທະລທຸາງດ້ານຈນິ ຕະນາການ ທີ່ສ້າງຂຶ້ນໂດຍອີງໃສ່ໝາກຜົນ ຫຼື ເປົ້າໝາຍໃຫຍ່ທີ່ຄາດວ່າຈະໄດ້ຮັບໃນທ້າຍສະໄໝຂອງແຜນການ 5 ປີ ຊຶ່ງໄດ້ມີການຄົ້ນຄວ້າ, ກໍານົດເປົ້າໝາຍ ແລະ ໜ້າວຽກຈຸດສຸມໃນການພັດທະນາທີ່ຈະແຈ້ງ ແລະ ສອດຄ່ອງກັບແຜນພັດທະນາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບ ຕາມກອບແຫຼ່ງທຶນທີ່ຄາດວ່າຈະສາມາດຕອບສະໜອງໄດ້ຈ າກແຫຼ່ງຕ່າງໆເຊັ່ນ: ການລົງທຶນຈາກງົບປະມານພາຍໃນ, ການຊ່ວຍເຫຼືອລ້າ ແລະ ກູ້ຢືມ, ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການລົງທຶນຈາກລະບົບການເງິນ-ເງິນຕາ; ນອກນີ້, ແຜນການຄັ້ງນີ້ຍັງ ໄດ້ກໍານົດຂອບຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນ ເພື່ອເປັນບ່ອນອີງໃຫ້ແກ່ທຸກພາກສ່ວນໃນການຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ ງປະຕິບັດຕົວຈິງໃນແຕ່ລະໄລຍະ ໂດຍສະເພາະການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປະຈໍາແຕ່ລະປີ, ກາງສະໄໝ ແລະ ທ້າຍສະໄໝ ເພື່ອໃຫ້ສາມາດເຫັນໄດ້ຜົນສໍາເລັດ, ຈຸດອ່ອນ, ຂໍ້ຄົງ ຄ້າງ ແລະ ສິ່ງທ້າທາຍຕ່າງໆ ເພື່ອປັບປຸງ ແລະ ແກ້ໄຂໃຫ້ທັນ ສະພາບການ.

Byphonepaseuth

ທ່ານ ປະທານ ປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ບໍລິສັດ ເອດີຊີ ພັດທະນາການປະມົງ ຈຳກັດ

ເພື່ອເປັນການຢ້ຽມຢາມ ແລະ ໃຫ້ທິດຊີ້ນຳ ວຽກງານຮ່ວມມືດ້ານກະສິກຳລະຫວ່າງ ສປປ ລາວ ແລະ ສ. ຮົງກາລີ. ດັ່ງນັ້ນ, ໃນວັນທີ 11 ຕຸລາ ຜ່ານມາ ທີ່ ຟາມ ເພາະພັນປາ ນ້ຳຫຸມ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ເຈົ້າຄອງນະຄອນຫຼວງວຽງຈັນ ການນຳກະຊວງ, ການນຳເມືອງນາຊາຍທອງ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Read More

ByAiryai Vongxay

ກອງປະຊຸມໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ

ກອງປະຊຸມຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ຄັ້ງທີ 3 ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2019 ຢູ່ທີ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້. ໃຫ້ກຽດເປັນປະທານໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ຟໍຣົງ ຊອງບຼອງ-ຣີສະເລີ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ, ທ່ານ ນາສາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະການກະເສດປະຈໍາລາວ. ມີຄະນະກໍາມະການຊີ້ນຳ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກເຄື່ອຂ່າຍຊາວກະສິກອນລາວ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ 2018 , ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະກະກຽມ ຄັ້ງທີ 9. ພ້ອມທັງປຶກສາຫາລືເພື່ອຊອກຫາວິທີການແກ້ໄຂ ກ່ຽວກັບບັນຫາການລະບາດຂອງໜອນ ແລະ ພະຍາດອະຫິວາໝູອະຟຣິກາ ຢູ່ໃນ ສປປລາວ, ປຶກສາຫາລືກ່ຽວກັບການສຳຫລວດຂໍ້ມູນທາງດ້ານ ສະຖິຕິກະສິກໍາ ຂອງລາວ, ຊື່ງເປັນໜ້າວຽກໜຶ່ງທີ່ສໍາຄັນ ທີ່ຈະໄດ້ປະກອບສ່ວນເຂົ້າໃນການສ້າງແຜນພັດທະນາກະສິກຳ ແລະ ປ່າໄມ້ ໄລຍະ 5 ປີຕໍ່ໜ້າ. ໂອກາດນີ້ ທ່ານ ປອ. ພວງປຣະຣິສັກ ປຣະວົງວຽງຄຳ ໄດ້ກ່າວວ່າ: ມັນມີຄວາມຈຳ ເປັນຢ່າງຮີບດ່ວນທີ່ຈະຕ້ອງມີນະໂຍບາຍ ແລະ ມາດຕະການ ການຮັບມື ເພື່ອຊ່ວຍຊາວກະສິກອນຂະໜາດນ້ອຍ ທີ່ຕໍ່ສູ້ກັບບັນຫາໄພຂົ່ມຂູ່ດ້ານຄວາມໜັ້ນຄົງທາງຊີວະນາໆພັນເຊັ່ນ: ການລະບາດຂອງໜອນ, ພະຍາດອະຫິວາໝູ ອະຟຣິກກາ ແລະ ເພື່ອຫລຸດຜ່ອນຜົນກະທົບດ້ານລົບຕໍ່ກັບການດຳລົງຊີວິດໃນເຂດຊົນນະບົດ. ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງວັນຈຶ່ງສໍາເລັດລົງ.

ແຫລ່ງຂ່າວ: ພາບແລະຂ່າວ ໂດຍ ພະແນກໂຄສະນາ ແລະ ຂ່າວສານ

Byphonepaseuth

ກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ

ໃນອາທິດຜ່ານມາ ກົມແຜນການ ແລະການເງິນກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຂຶ້ນຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ມີທ່ານ ຮອງເຈົ້າແຂວງ 4ແຂວງເປົ້າໝາຍຂອງໂຄງການ, ຫົວໜ້າຝ່າຍການຮ່ວມມື ຂອງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ແລະ ທີ່ປຶກສາເອກ ຂອງສະຖານທູດຝລັ່ງປະຈໍາລາວ. ມີຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຂອງແຂວງເປົ້າໝາຍໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມເພື່ອເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຢ່າງເປັນທາງການ, ລາຍງານສະພາບລວມຂອງໂຄງການ ໃນການກະກຽມເນື້ອໃນຕ່າງໆເພື່ອຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ລະຫວ່າງຜູ້ໃຫ້ທຶນ ກັບບັນດາຄະນະຊີ້ນໍາໂຄງການ ແຕ່ລະຂັ້ນເພື່ອຄວາມເປັນເອກະພາບກອບແນວຄວາມຄິດຂອງໂຄງການກໍ່ຄືວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ທ່ານ ຄອນສະຫວັນ ວົງໄຊ ຫົວໜ້າຜູ້ປະສານງານໂຄງການຂັ້ນສູນກາງ ໄດ້ຂຶ້ນລາຍງານວ່າ: ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ ຈໍານວນ 4,7 ລ້ານເອີໂຣ, ອົງການພັດທະນາປະເທດຝລັ່ງ 1 ລ້ານເອີໂຣ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວຽກງານກະສິກໍາ-ໂພຊະນາການ4 ມາດຕະການໃນຍຸດທະສາດໂພຊະນາການແຫ່ງຊາດຂອງຂະແໜງການກະສິີກໍາ ແລະປ່າໄມ້ ຢູ່ 4 ແຂວງເປົ້າໝາຍຄື ແຂວງຜົ້ງສາລີ 2 ເມືອງ, ແຂວງຫົວພັນ 1 ເມືອງ ແລະແຂວງຫຼວງພະບາງ 7 ເມືອງ ແລະແຂວງຫຼວງນໍ້າທາ 1 ເມືອງ. ສໍາລັບປີທີ 1-2 ແມ່ນຈະຈັດຕັ້ງປະຕິບັດທົດລອງຢູ່ 7 ເມືອງຂອງແຂວງຫຼວງພະບາງ ສໍາລັບປີທີ 3 ແມ່ນຈະຈັດຕັ້ງປະຕິບັດບັນດາເມືອງເປົ້າໝາຍທີ່ຍັງເຫຼືອ ຊື່ງມີໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ ເລີ່ມແຕ່ປີ 2018-2022. ນອກນັ້ນ ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະແລກປ່ຽນຄໍາຄິດຄໍາເຫັນ ໃນການເຮັດວຽກໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນ ຕາມແຜນການຂອງໂຄງການໄດ້ວາງໄວ້.

ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ