ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ຄະ​ນະ​ຜູ້​ແທນ ສ​ປ​ປ ລາວ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ (ASOF) ຄັ້ງທີ 21 ແລະ ກອງປະຊຸມວິຊາການທີ່ກ່ຽວຂ້ອງ, ທີ່ໄດ້ຈັດຂຶ້ນທີ່ ນະຄອນຫຼວງເນປິດໍ, ສະຫະພາບ ມຽນມາ ໃນລະຫວ່າງວັນທີ 09-14 ກໍລະກົດ 2018

ByBounmy Lawlaithong

ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ແລະ ຄະ​ນະ​ຜູ້​ແທນ ສ​ປ​ປ ລາວ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສປ່າໄມ້ ອາຊຽນ (ASOF) ຄັ້ງທີ 21 ແລະ ກອງປະຊຸມວິຊາການທີ່ກ່ຽວຂ້ອງ, ທີ່ໄດ້ຈັດຂຶ້ນທີ່ ນະຄອນຫຼວງເນປິດໍ, ສະຫະພາບ ມຽນມາ ໃນລະຫວ່າງວັນທີ 09-14 ກໍລະກົດ 2018

ຜ່ານການດຳເນີນກອງປະຊຸມເປັນເວລາ 02 ວັນເຕັມ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບບັນຫາຫຼາຍຢ່າງ ຊຶ່ງສາມາດສະຫຼຸບ, ສັງລວມຫຍໍ້ເອົາຜົນສຳເລັດ, ການຕົກລົງ ແລະ ບາງບັນຫາສຳຄັນ ໄດ້ດັ່ງລຸ່ມນີ້:

1. ໄດ້ປຶກສາຫາລືກ່ຽວກັບ ຄວາມຄືບໜ້າຂອງ ການຈັດຕັ້ງປະຕິບັດແຜນຍຸດທະສາດການຮ່ວມມືດ້ານປ່າໄມ້ ຂອງອາຊຽນ (SPA) 2016-2025 ແລະ ໄດ້ຮຽກຮ້ອງໃຫ້ ບັນດາປະເທດສະມາ ຊິກ ສົ່ງບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດແຜນຍຸດທະສາດ ປະເທດຂອງຕົນ ໃຫ້ກອງເລຂາອາຊຽນຢ່າງຊ້າສຸດ 02 ເດືອນ ລ່ວງໜ້າກ່ອນເວລາຈັດກອງປະຊຸມ ASOF ໃນແຕ່ລະປີ;
2. ໄດ້ປຶກສາຫາລື ຄວາມຄືບໜ້າຂອງ ການປະຕິບັດການຄຸ້ມຄອງປ່າໄມ້ແບບຍືນຍົງໃນລະດັບປະເທດ ແລະ ໃນລະດັບພາກພື້ນ ຜ່ານລະບົບການຕິດຕາມ, ປະເມີນຜົນ ແລະ ລາຍງານ (MAR) ກ່ຽວກັບ ຄວາມຄືບໜ້າຂອງ ວຽກຄຸ້ມຄອງປ່າໄມ້ແບບຍືນຍົງ ໃນບັນດາປະເທດອາຊຽນ;
3. ຮັບຮອງເອົາ ແນວທາງການພັດທະນາ ການຜະລິດກະສິກຳ-ປ່າໄມ້ ທີ່ເປັນໜຶ່ງໃນບັນດາຜົນສຳເລັດທີ່ສຳຄັນ ຂອງການຮ່ວມມືອາຊຽນ ໃນວຽກງານປ່າໄມ້ປີ 2018 ແລະ ເຫັນດີນຳສະເໜີ ຕໍ່ກອງປະຊຸມ SOM-AMAF/ AMAF ເພື່ອຮັບຮອງນຳໃຊ້;
4. ຮັບຮອງເອົາ ຄູ່ມືການປະເມີນຜົນ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງບໍລິຫານປ່າໄມ້ ແລະ ການປະຕິ ບັດ ກົດໝາຍປ່າໄມ້ (FLEG) ໃນປະເທດອາຊຽນ ແລະ ເຫັນດີນຳສະເໜີຕໍ່ກອງປະຊຸມ SOM-AMAF/ AMAF ເພື່ອພິຈາລະນາ ແລະ ຮັບຮອງນຳໃຊ້;
5. ຕົກລົງເຫັນດີ ເພື່ອພັດທະນາກ່ຽວກັບ “ຈັນຍາບັນລະດັບພາກພຶ້ນໃຫ້ແກ່ ບັນດາບໍລິສັດອຸດສະຫາກຳໄມ້ ໃນປະເທດອາຊຽນ” ຊຶ່ງເປັນຜົນງານທີ່ໂດດເດັ່ນ ສຳລັບການຮ່ວມມືດ້ານປ່າໄມ້ ຂອງປະເທດສະມາຊິກອາຊຽນໃນປີ 2019 ແລະ ໄດ້ຮຽກຮ້ອງໃຫ້ ບັນດາປະເທດສະມະຊິກ ແຕ່ງຕັ້ງຈຸດປະສານງານ ດ້ານອຸດສາຫະກຳຜະລິດຕະພັນໄມ້ອາຊຽນ (AFPIC) ເພື່ອໃຫ້ກອງເລຂາອາຊຽນພິຈາລະນາ;
6. ເຫັນດີ ພັດທະນາ ຄູ່ມືໃນການກັກກັນ ແລະ ປ້ອງກັນການຄ້າສັດປ່າ ໃນປະເທດອາຊຽນ ຊຶ່ງປະກອບດ້ວຍກົນໄກການແລກປ່ຽນຂໍ້ມູນລະດັບພາກພື້ນກ່ຽວກັບ ການບັງຄັບໃຊ້ກົດໝາຍສັດປ່າ, ລະບຽບການຄ້າຂາຍສັດປ່າ ແລະ ກົນໄກການດຳເນີນການຮ່ວມລະຫວ່າງປະເທດສະມາຊິກ ລວມທັງການກຳນົດນະໂຍບາຍ ແລະ ການລະບຸຊະນິດຂອງສັດປ່າ ທີ່ເປັນເປົ້າໝາຍສຳຄັນສຳລັບການຮ່ວມມື ຂອງປະເທດອາຊຽນ ໃນວຽກງານປ່າໄມ້ ປີ 2019;
7. ຕົກລົງເຫັນດີ ສະເໜີຜົນງານກ່ຽວກັບ ການພັດທະນາເຄື່ອງມືການປະເມີນປ່າໄມ້ຊຸມຊົນ ໃນລະດັບພາກພື້ນ ແລະ ຮູບແບບການຝຶກອົບຮົມກະສິກຳ-ປ່າໄມ້ ໃນລະດັບພາກພື້ນ;
8. ພິຈາລະນາ ເສີມຂະຫຍາຍ ເຂົ້າຮ່ວມການຄົ້ນຄວ້າ ແລະ ພັດທະນາ ການສ້າງຄວາມອາດສາມາດ ກັບອົງການຮ່ວມມືສາກົນ ເຊັ່ນ: CIFOR ແລະ AFoCO;
9. ສະໜັບສະໜູນ ບັນດາບົດສະເໜີໂຄງການ ທີ່ໄດ້ສະເໜີຢູ່ກອງປະຊຸມກຸ່ມວິຊາການ ກ່ຽວກັບ ການພັດທະ ນາຜະລິດຕະພັນໄມ້ ທີ່ມີຈຸດປະສົງ ເພື່ອສຶກສາກ່ຽວກັບການຄ້າຂາຍເຄື່ອງປ່າຂອງດົງ ໃນບັນດາປະເທດສະມາຊິກອາຊຽນ ແລະ ການຝຶກອົບຮົມ ກ່ຽວກັບ ການກຳນົດໄມ້ ແລະ ພືດປ່າ ໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ;
10. ສະໜັບສະໜູນການລິເລີ່ມ ຂອງປະເທດມາເລເຊຍ ໃນການຮວບຮວມຂໍ້ມູນກ່ຽວກັບສະໝູນໄພ, ພືດເປັນຢາ ແລະ ການລິເລີ່ມຂອງ ປະເທດອິນໂດເນເຊຍ ທີ່ສືບຕໍ່ປັບປຸງຂໍ້ມູນຂ່າວສານກ່ຽວກັບ ການຄົ້ນຄ້ວາ ແລະ ການພັດທະນາ (R&D);
11. ສະໜັບສະໜູນ ຄຳແນະນຳກ່ຽວກັບ ຄູ່ມືການບັງຄັບໃຊ້ສັດປ່າໃນອາຊຽນ;
12. ສະໜັບສະໜູນແນວຄວາມຄິດລິເລີ່ມ ການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ແບບຍືນຍົງໃນອາຊຽນ ແລະ ໄດ້ຮຽກຮ້ອງໃຫ້ກອງເລຂາອາຊຽນ ປັບປຸງຮ່າງແບບແຜນສຳລັບການຈັດຕັ້ງປະຕິບັດເພື່ອໃຫ້ປະເທດສະມາ ຊິກ ພິຈາລະນາ;
13. ສະໜັບສະໜູນ ການສະເໜີ ການຈັດສຳມະນາລະດັບວິຊາການ ກ່ຽວກັບ Mutual Recognition Arrangement (MRA) ສຳລັບບັນດາຊ່ຽວຊານທີ່ກ່ຽວຂ້ອງຈາກ ACCSQ ເພື່ອພົບປະກັບຊ່ຽວຊານດ້ານປ່າໄມ້ ຂອງປະເທດສະມາຊິກອາຊຽນ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບຂັ້ນຕອນ ແລະ ເພື່ອເປັນເອກະພາບໃນການອະນຸມັດ;
14. ສະໜັບສະໜູນ ບົດສະເໜີກ່ຽວກັບ ຄູ່ຮ່ວມຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງຂອງ ໜ່ວຍງານຄຸ້ມຄອງປ່າໄມ້ (FMU) ເພື່ອສົ່ງເສີມການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງບໍລິຫານປ່າໄມ້ ແລະ ການບັງຄັບໃຊ້ກົດໝາຍປ່າໄມ້ (FLEG) ໃນອາຊຽນ ແລະ ເຫັນດີໃຫ້ສົ່ງຄຳເຫັນເພື່ອປັບປຸງ ໃຫ້ປະເທດອິນໂດເນເຊຍ ກ່ອນວັນທີ 14 ສິງຫາ 2018;
15. ສະໜັບສະໜູນ ໂຄງການນຳໃຊ້ທີ່ດິນໃນເຊີງສະຫຼາດ (CSLU) ຊຶ່ງເປັນໂຄງການສືບຕໍ່ ຂອງ ອາຊຽນ-ເຢຍລະມັນ ເພື່ອຕອບສະໜອງຕໍ່ການປ່ຽນແປງດິນຟ້າອາກາດ (GIZ-FORCC) ແລະ ສະເໜີໃຫ້ GIZ/ເຢຍລະມັນ ພິຈາລະນາເພື່ອສະໜັບສະໜູນມາດຕະການ/ກິດຈະກຳທີ່ກ່ຽວຂ້ອງພາຍໃຕ້ແຜນຍຸດທະສາດການຮ່ວມມືດ້ານປ່າໄມ້ຂອງອາຊຽນໃນປີ 2016 – 2025;
16. ສະໜັບສະໜູນ ການລິເລີ່ມການຮ່ວມມືດ້ານປ່າໄມ້ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ສປ ຈີນ ພາຍໃຕ້ກອບແຜນການດຳເນີນງານ ຕາມການຕົກລົງຂັ້ນຕົ້ນທີ່ໜານໜິງ; ເຂົ້າໃຈວ່າ ສປ ຈີນ ຈະໃຫ້ການສະໜັບສະໜູນທາງດ້ານການເງິນທັງໝົດແກ່ການຈັດຕັ້ງປະຕິບັດແຜນການດຳເນີນງານດັ່ງກ່າວ; ແລະ ສະເໜີໃຫ້ຝ່າຍສປ ຈີນ ຮ່ວມກັບປະເທດ ອາຊຽນ ຈັດວຽກບູລິມະສິດຄືນໃໝ່;
17. ຮັບຮູ້ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການຢັ້ງຢືນໄມ້, ມາດຕະຖານ ແລະ ຕົວຊີ້ວັດ (C&I) ຂອງອາຊຽນ ກ່ຽວກັບໄມ້ທີ່ຖືກກົດໝາຍ, ຄວາມຄືບໜ້າກ່ຽວກັບແຜນການຈັດຕັ້ງປະຕິບັດວຽງານຂອງ FLEG, ການຮ່ວມມື ກ່ຽວກັບພືດເປັນຢາ ແລະ ສະໝູນໄພ, ການຮ່ວມມືກ່ຽວກັບການພັດທະນາຜະລິດຕະພັນໄມ້;
18. ຮັບຮູ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ່າໄມ້ຊຸມຊົນ ຂອງບັນດາປະເທດສະມາຊິກ ແລະ ຄຳແນະນຳ ເພື່ອສ້າງຄວາມເຂັ້ມແຂງການຮ່ວມມືລະດັບພາກພື້ນເຊັ່ນ: ເພື່ອສົ່ງເສີມການຟື້ນຟູປ່າໄມ້ ແລະ ປ່າໄມ້ຊຸມຊົນ; ສ້າງຄວາມເຂັ້ມແຂງການຟື້ນຟູ ພູມີທັດດ້ານປ່າໄມ້; ແລະ ສ້າງຄວາມອາດສາມາດ ແລະ ເພີ່ມທະວີການຮ່ວມມື ດ້ານປ່າໄມ້ຊຸມຊົນ;
19. ຊົມເຊີຍ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນວຽກງານປ່າໄມ້ ໃນປະເທດອາຊຽນ ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ບັນດາປະເທດອາຊຽນ ເພີ່ມທະວີການຮ່ວມມືກັບ ອົງການຮ່ວມມືປ່າໄມ້ອາຊຽນ (AFoCO);
20. ຮັບຮູ້ວ່າ ແຜນງານ EU-FLEGT ຕົກລົງຈະສືບຕໍ່ສະໜັບສະໜູນ ແຜນງານ FLEGT ປີ 2016-2025 ໂດຍສະເພາະໃນຂົງເຂດການສ້າງຄວາມອາດສາມາດ, ການພັດທະນາ ແລະ ສຶກສາແນວທາງກ່ຽວກັບການຄຸ້ມຄອງໄມ້ຕາມກົດໝາຍ.
ການປະກອບສ່ວນຂອງ ຄະນະຜູ້ແທນຈາກ ສປປ ລາວ:
ໃນການເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ ຄະນະຜູ້ແທນຈາກ ສປປ ລາວ ໄດ້ປະກອບສ່ວນອັນສຳຄັນດັ່ງນີ້:
1. ໄດ້ສະເໜີບົດລາຍງານກ່ຽວກັບນະໂຍບາຍ, ບົດຮຽນການຄຸ້ມຄອງປ່າໄມ້ແບບຍືນຍົງໃນ ສປປ ລາວ ຕໍ່ທີ່ກອງ ປະຊຸມ;
2. ລາຍງານຜົນສຳເລັດ ກອງປະຊຸມ ກຸ່ມວິຊາການກ່ຽວກັບ ການບັງຄັບໃຊ້ກົມໝາຍສັດປ່າ ແລະ ສົນທິສັນຍາ CITES ຄັ້ງທີ 14 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 20-22 ມີນາ 2018 ທີ່ແຂວງຫຼວງພະບາງ, ສປປ ລາວ;
3. ລາຍງານຜົນສຳເລັດ ກອງປະຊຸມ ກຸ່ມວິຊາການກ່ຽວກັບ ການຄຸ້ມຄອງປ່າໄມ້ແບບຍືນຍົງ ຄັ້ງທີ 14 ທີ່ໄດ້ຈັດ ຂຶ້ນໃນລະຫວ່າງວັນທີ 22-24 ພຶດສະພາ 2018 ທີ່ແຂວງຈຳປາສັກ, ສປປ ລາວ ເພື່ອໃຫ້ກອງປະຊຸມ ASOF ຄັ້ງທີ 21 ຮັບຮອງ;
4. ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ປະກອບສ່ວນຄົ້ນຄວ້າບັນຫາ, ປະກອບຄຳເຫັນ ແລະ ສະແດງທັດສະນະ ຂອງຕົນ ໃນນາມປະເທດສະມາຊິກໃນເວລາປຶກສາຫາລື ແລະ ຕັດສິນບັນຫາຕ່າງໆຢ່າງຕັ້ງໜ້າ.

ແຫຼ່ງຂ່າວ: ພະແນກແຜນການແລະ ຮ່ວມມື, ກົມປ່າໄມ້

About the author

Bounmy Lawlaithong administrator

ຂ້າພະເຈົ້າຊື່ ບຸນມີ ລໍໄລທອງ, ເປັນພະນັກງານວິຊາການຢູໃນກົມປ່າໄມ້, ສັງກັດຢູ່ພະແນກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ