ເປົ້າໝາຍ & ຈຸດປະສົງ

ເປົ້າໝາຍຂອງແຜນງານ

ເພື່ອຊຸກຍູ້ສົ່ງເສີມ ວຽກງານການຄຸ້ມຄອງປ່າໄມ້ແບບຍືນຍົງແນໃສ່ການດຳເນີນມາດຕະການແກ້ໄຂບັນຫາສະພາບການປ່ຽນແປງດິນຟ້າອາກາດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ໃນ ສ ປ ປ ລາວ, ເສີມຂະຫຍາຍການຮ່ວມມື ແລະ ການອະນຸລັກຊີວະນາໆພັນ ຕາມແລວຊາຍແດນ ແລະ ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຟື້ນຟູປ່າໄມ້ ຕາມກອບການຮ່ວມມື ອາຊີ-ຢູຣົບ

ຈຸປະສົງ

ເພື່ອວິເຄາະວິໄຈ, ທົດສອບ ແລະ ສາທິດທົດລອງຮູບແບບທີ່ມີປະສິດທິຜົນ ກ່ຽວກັບການຟື້ນຟູ ແລະ ຄຸ້ມຄອງປ່າໄມ້ ເພື່ອຕອບສະໜອງໃຫ້ແກ່ກົນໄກການສ້າງລາຍຮັບ ແລະ ການໝູນວຽນຂອງທືນແບບຍືນຍົງ ຊື່ງຕິດພັນຢ່າງສະໜິດແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ, ສ້າງຄວາມເຂັ້ມແຂງ ກ່ຽວກັບການປະຕິບັດກົດໝາຍ ແລະ ສົ່ງເສີມການຮ່ວມມືທາງດ້ານການອະນຸລັກຕາມແລວຊາຍແດນຂອງສອງປະເທດ ແລະ ແລກປ່ຽນຂໍ້ມູນຂ່າວສານ ແລະ ຄວາມຮູ້ຈາກການປະຕິບັດຕົວຈີງ ຕາມກອບການຮ່ວມມື ອາຊີ-ຢູຣົບ