ກົມປ່າໄມ້

ໜ້າທີ່ຂອງກົມປ່າໄມ້ ຕາມຂໍ້ຕົກລົງເລກທີ 1887/ກປ, ລົງວັນທີ 9 ສິງຫາ 2012, ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກົມປ່າໄມ້.

  1. ປະຕິບັດລັດຖະທຳມະນູນ, ກົດໝາຍ, ລະບຽບ, ດຳລັດ, ຂໍ້ຕົກລົງ, ຄຳສັ່ງ ແລະ ນິຕິກຳຕ່າງໆ ກ່ຽວກັບ ວຽກງານປ່າໄມ້ ຂອງຂັ້ນເທິງໄດ້ວາງອອກ;
  2. ຄົ້ນຄວ້າຫັນເອົາແນວທາງນະໂຍບາຍ, ແຜນຍຸດທະສາດດ້ານປ່າໄມ້ ຜັນຂະຫຍາຍມາເປັນແຜນ ການ, ແຜນງານ ແລະ ໂຄງການອັນລະອຽດຂອງຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  3. ຄົ້ນຄ້ວານຳສະເໜີຮ່າງ ແລະ ປັບປຸງນິຕິກຳ ກ່ຽວກັບ ວຽກງານປ່າໄມ້ ໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ ແລະ ຈັດຕັ້ງໂຄສະນາເຜີຍແຜ່ອອກສູ່ສັງຄົມຢ່່າງກ້ວາງຂວາງ;
  4. ທົບທວນການຈັດຕັ້ງປະຕິບັດ ກົດໝາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆ ທີ່ຂັ້ນເທິງໄດ້ວາງອອກໃນແຕ່ລະໄລຍະ;
  5. ສຳຫຼວດ, ຕິດຕາມການປ່ຽນແປງສະພາບຊັບພະຍາກອນປ່າໄມ້, ປະເມີນການປົກຫຸ້ມຂອງ ປ່າໄມ້ ແລະ ຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນປ່າໄມ້ ທົ່ວປະເທດ;
  6. ກຳນົດເຂດ, ສຳຫຼວດ, ຈັດສັນ, ວາງແຜນຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ, ພັດທະນາ, ນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້, ເຄື່ອງປ່າຂອງດົງ,ສັດນ້ຳ ແລະ ສັດປ່າ ໃນເຂດປ່າໄມ້ ທີ່ຕົນຮັບຜິດຊອບ;
  7. ຄຸ້ມຄອງວຽກງານເຂດຢັ້ງຢືນປ່າໄມ້, ການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້ທ່ອນ, ໄມ້ປະດັບ, ໄມ້ຄ້ຳແບບ, ໄມ້ເສົາໄມ້ຫຼັກຮົ້ວ, ເຄື່ອງປ່າຂອງດົງ, ໄມ້ຟືນ, ຖ່ານ ແລະ ຄຸ້ມຄອງເຕົາເຜົາຖ່ານ;
  8. ຄຸ້ມຄອງກອງຂຸດຄົ້ນໄມ້, ພາຫານະ, ອຸປະກອນຂຸດຄົ້ນໄມ້ ແລະ ແຮງງານ ທີ່ດຳເນີນກິດຈະ ການ ປ່າໄມ້;
  9. ຄຸ້ມຄອງ ແລະ ອະນຸຍາດນຳໃຊ້ຄ້ອນຕີກາໄມ້, ໃບອະນຸຍາດຂຸດຄົ້ນໄມ້ທຳມະຊາດ, ໄມ້ປູກ ແລະ ເຄື່ອງປ່າຂອງດົງ, ໃບເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ພາຍໃນ ແລະ ອອກຕ່າງ ປະເທດ;
  10. ຊີ້ນຳ ແລະ ຊຸກຍູ້ການຂຶ້ນທະບຽນໄມ້ແມ່ພັນ, ພັນພືດ, ພັນສັດປ່າ, ສວນກ້າເບ້ຍໄມ້, ສວນປູກ ໄມ້ ແລະ ເຄື່ອງປ່າຂອງດົງ ທີ່ຕົນຮັບຜິດຊອບ;
  11. ປະສານສົມທົບ ກັບກົມກວດກາປ່າໄມ້ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ກ່ຽວກັບ ການຄຸ້ມຄອງ, ຕິດຕາມກິດຈະການປ່າໄມ້, ເຄື່ອງປ່າຂອງດົງ, ສັດນ້ຳ ແລະ ສັດປ່າ;
  12. ຕິດຕາມ, ຄຸ້ມຄອງການພັດທະນາປ່າໄມ້, ທີ່ດິນປ່າໄມ້, ເຄື່ອງປ່າຂອງດົງ, ສັດນ້ຳ ແລະ ສັດປ່າ ໃນເຂດປ່າຜະລິດ, ປ່າປູກ, ປ່າໄມ້ບ້ານ ແລະ ທີ່ດິນປ່າໄມ້ ທີ່ຍັງບໍ່ໄດ້ກຳນົດປະເພດ;
  13. ຄົ້ນຄວ້າ, ປະກອບຄຳເຫັນ ກ່ຽວກັບ ການລົງທຶນດ້ານປ່າໄມ້ ແລະ ເຄື່ອງປ່າຂອງດົງ ໃນເຂດປ່າ ໄມ້ທີ່ຕົນເອງຮັບຜິດຊອບ ເພື່ອສະເໜີ ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາ;
  14. ຄົ້ນຄວ້າ ແລະ ຢັ້ງຢືນບົດວິພາກເສດຖະກິດເຕັກນິກ, ການຕໍ່ທະບຽນວິສະຫະກິດ, ໃບອະນຸຍາດ ດຳເນີນທຸລະກິດ ແລະ ໃບອາກອນພາຍໃນ ກ່ຽວກັບ ກິດຈະການດ້ານປ່າໄມ້ ແລະ ເຄື່ອງ ປ່າຂອງດົງ ໃຫ້ຂັ້ນເທິງພິຈາລະນາ;
  15. ຊີ້ນຳ ພະແນກ, ກອງ, ຫ້ອງການ ພາຍໃນກົມປ່າໄມ້ ແລະ ຊີ້ນຳດ້ານເຕັກນິກ ວິຊາການໃຫ້ ແກ່ ຂະແໜງປ່າໄມ້ແຂວງ, ນະຄອນຫຼວງ, ໜ່ວຍງານປ່າໄມ້ເມືອງ, ຈຸງານປ່າໄມ້ເຂດ ແລະ ໂຄງການຮ່ວມມືດ້ານປ່າໄມ້ ທີ່ຂຶ້ນກັບຂະແໜງການຂອງຕົນ;
  16. ຮ່ວມມື, ຍາດແຍ່ງເອົາການຊ່ວຍເຫຼືອດ້ານທຶນຮອນ, ເຕັກນິກວິທະຍາສາດຈາກພາຍໃນ ແລະ ຕ່າງປະເທດ ເພື່ອຈັດຕັ້ງປະຕິບັດບັນດາແຜນການ, ແຜນງານ, ໂຄງການ ແລະ ສົນທິສັນຍາສາ ກົນ ທີ່ ສປປລາວ ເປັນພາຄີ ຕາມການມອບໝາຍຈາກຂັ້ນເທິງ;
  17. ເປັນໃຈກາງປະສານວຽກງານຫລຸດຜ່ອນການປ່ອຍອາຍພິດຈາກການທຳລາຍປ່າໄມ້ (REDD) ຂອງກະຊວງກະສິກຳ ແລະ ປ່າໄມ້;
  18. ປະກອບສ່ວນໃນການສ້າງຍຸດທະສາດ ແລະ ຄວາມພ້ອມ ກ່ຽວກັບວຽກງານຫລຸດຜ່ອນການ ປ່ອຍອາຍພິດ ຈາກການທຳລາຍປ່າໄມ້ ແລະ ຊຸກຍູ້ ສະໜັບສະໜູນ ແລະ ຕິດຕາມ ການຈັດຕັ້ງ ປະຕິບັດ;
  19. ສ້າງ, ຄຸ້ມຄອງ, ປັບປຸງ ແລະ ຂະຫຍາຍລະບົບຖານຂໍ້ມູນສະຖິຕິ ແລະ ຂ່າວສານດ້ານປ່າໄມ້ ທີ່ ຕົນຮັບຜິດຊອບ ພ້ອມທັງເຜີຍແຜ່ອອກຢ່າງກວ້າງຂວາງ ໃນທົ່ວສັງຄົມ;
  20. ຄົ້ນຄ້ວາ ນຳສະເໜີ ແຜນກໍ່ສ້າງ, ບຳລຸງ, ຍົກລະດັບຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກ ງານ- ລັດຖະກອນ ໃນຂະແໜງການຂອງຕົນ;
  21. ຄົ້ນຄວ້າ ນຳສະເໜີ ກ່ຽວກັບການກຳນົດມາດຖານຕຳແໜ່ງ, ປັບປຸງກົງຈັກການຈັດຕັ້ງ, ຊັບຊ້ອນບຸກຄະລາກອນ ຂັ້ນພະແນກ, ກອງ, ຫ້ອງການ, ຂະແໜງ, ໜ່ວຍງານ ພາຍໃນກົມ ແລະ ຂະແໜງການ ປ່າໄມ້;
  22. ຄຸ້ມຄອງບໍລິຫານ, ການເງິນ, ຊັບສິນ ທີ່ໄດ້ຮັບຈາກພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ກົມປ່າໄມ້ ນຳໃຊ້ເຂົ້າໃນວຽກງານຄຸ້ມຄອງປ່າໄມ້ ພ້ອມທັງສະຫຼຸບສັງລວມ ຕາມກົດໝາຍທີ່ໄດ້ກຳນົດໄວ້;
  23. ຕິດຕາມ, ຊຸກຍູ້ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ດຳລັດ, ມະຕິ, ຄຳສັ່ງ, ລະບຽບ ແລະ ນິຕິກຳຕ່າງໆ ກ່ຽວກັບ ການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ຕົນ ຮັບຜິດຊອບ;
  24. ສ້າງແຜນ, ສະຫຼຸບລາຍງານປະຈຳອາທິດ, ປະຈຳເດືອນ, ປະຈຳງວດ ແລະ ປະຈຳປີ ພ້ອມທັງຄຸ້ມ ຄອງ, ຊຸກຍູ້, ຕິດຕາມ, ປະເມີນຜົນການຈັດຕັ້ງປະຕິບັດແຜນການ ແລະ ໂຄງການຕ່າງໆ ທີ່ຂະ ແໜງການຂອງຕົນຮັບຜິດຊອບ;
  25. ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.