ໂຄງການໂດຍຫຍໍ້

ໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ ຢູ່ພາກເໜືອ ສ ປ ປ ລາວ ແມ່ນໄດ້ຮັບການສະໜັບສະໜູນທືນຈາກເຄືອຄ່າຍປ່າໄມ້ປະຈຳພາກພື້ນອາຊີ-ປາຊີຟີກ (APFNet), ເຊີ່ງໄດ້ຮັບການສະເໜີຈາກລັດຖະບານຈີນ ໃນກອງປະຊຸມສຸດຍອດ ASEM ຄັ້ງທີ 9 ໃນປີ 2012, ໂຄງການໄດ້ມີການເຮັດຂໍ້ຕົກລົງຮ່ວມມືກັນລະຫວ່າງເຄືອຄ່າຍປ່າໄມ້ປະຈຳພາກພື້ນອາຊີ-ປາຊີຟີກ (APFNet) ແລະ ກະຊວງກະສິກຳ ແລະ ປ່າໄມ້ ໂດຍທີ່ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຊີ້ນຳໂຄງການ, ໂຄງການມີໄລຍະ 5 ປີ ເຊີ່ງໄດ້ເລີ່ມປະຕິບັດ ເດືອນສີງຫາ ປີ 2014 ແລະ ມີງົບປະມານທັງໝົດ 3,6 ລ້ານ ໂດລາສະຫະລັດ, ເພື່ອບັນລຸຈຸດປະສົງການຄົ້ນຄວ້າ ແລະ ທົດລອງ ວິທີການເພື່ອຄຸ້ມຄອງປ່າໄມ້ແບບຍືນຍົງຢູ່ພາກເໜືອ ສ ປ ປ ລາວ.