ກົມກວດກາປ່າໄມ້

ໜ້າທີ່ ຂອງ ກົມກວດກາປ່າໄມ້ ຕາມຂໍ້ຕົກລົງ ສະບັບເລກທີ 3063/ກປ, ລົງວັນທີ 30 ມິຖຸນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມກວດກາປ່າໄມ້

 

  1. ປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ, ດໍາລັດ ແລະ ມະຕິຂອງລັດຖະບານ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາຂອງຂັ້ນເທິງ ວາງອອກ;
  2. ຄົ້ນຄວ້າ, ຜັນແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຂອງຂະແໜງກະສິກໍາ ແລະ ປ່າໄມ້ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ;
  3. ຄົ້ນຄວ້ານໍາສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງພ້ອມທັງກໍານົດຕໍາແໜ່ງງານໃຫ້ຄົບຖ້ວນ, ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນໃນແຕ່ລະໄລຍະຂອງຕົນ;
  4. ຄົ້ນຄວ້ານໍາສະເໜີສ້າງ ແລະ ປັບປຸງນິຕິກໍາກ່ຽວກັບວຽກງານກວດກາ ແລະ ດໍາເນີນຄະດີຊັບພະຍາກອນປ່າໄມ້ ພ້ອມທັງເຜີຍແຜ່ໃຫ້ຂະແໜງການຢ່າງທົ່ວເຖິງ;
  5. ໂຄສະນາເຜີຍແຜ່ ລະບຽບ, ກົດໝາຍ, ນິຕິກໍາອື່ນໆ ທີ່ກ່ຽວຂ້ອງກັບວຽກງານກວດກາປ່າໄມ້, ຜະລິດຕະຜົນປ່າໄມ້, ທີ່ດິນປ່າໄມ້, ສັດນໍ້າ-ສັດປ່າ ແລະ ການດໍາເນີນຄະດີຊັບພະຍາກອນປ່າໄມ້ ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ນັບແຕ່ສູນກາງລົງຮອດທ້ອງຖິ່ນຮາກຖານຊົນນະບົດເຂດຫ່າງໄກສອກຫຼີກ ຢ່າງທົ່ວເຖິງ;
  6. ຊຸກຍູ້, ຕິດຕາມ ກອງກວດກາປ່າໄມ້ປະຈໍາແຂວງ, ນະຄອນຫຼວງ, ໜ່ວຍງານກວດກາປ່າໄມ້ເມືອງ, ຈຸງານກວດກາປ່າໄມ້ບ້ານ ແລະ ດ່ານກວດກາຊັບພະຍາກອນປ່າໄມ້ ເພື່ອຕ້ານ ແລະ ສະກັດກັ້ນການບຸກລຸກທໍາລາຍຊັບພະຍາກອນປ່າໄມ້ ໃນຂອບເຂດທົ່ວປະເທດ ຢ່າງເຂັ້ມງວດ;
  7. ລົງຊຸກຍູ້, ຕິດຕາມ, ດໍາເນີນການກວດກາເຂດຂຸດຄົ້ນໄມ້, ເຂດສໍາປະທານ, ຫັນປ່ຽນປ່າໄມ້, ທີ່ດິນປ່າໄມ້, ຖາງປ່າ, ສະໜາມໄມ້ I, II, ໂຮງເລື່ອຍ, ໂຮງຊອຍ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ, ໂຮງງານທີ່ນໍາໃຊ້ໄມ້ເປັນພະລັງງານ, ສາງມ້ຽນໄມ້, ຮ້ານຂາຍໄມ້, ການເຄື່ອນຍ້າຍໄມ້, ຜະລິດຕະພັນໄມ້ ແລະ ຜະລິດຕະຜົນປ່າໄມ້ ທັງພາຍໃນ ແລະ ອອກຕ່າງປະເທດ, ຟາມລ້ຽງສັດປ່າ, ສວນສັດ, ຕະຫຼາດ, ສັດນໍ້າ ແລະ ສັດປ່າ;
  8. ຄົ້ນຄວ້າ, ພິຈາລະນາຄໍາຮ້ອງ, ຄໍາສະເໜີ ຂອງພົນລະເມືອງ ຫຼື ການຈັດຕັ້ງ ກ່ຽວກັບການລະເມີດກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ນິຕິກໍາອື່ນໆ ກ່ຽວກັບຊັບພະຍາກອນປ່າໄມ້;
  9. ດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ທີ່ດິນປ່າໄມ້, ຜະລິດຕະຜົນປ່າໄມ້, ໄຟໄໝ້ລາມປ່າ, ສັດນໍ້າ ແລະ ສັດປ່າ ໃຫ້ໄປຕາມລະບຽບ, ກົດໝາຍ ແລະ ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ;
  10. ສະເໜີ ສ້າງດ່ານກວດກາຊັບພະຍາກອນປ່າໄມ້ ຢູ່ຈຸດຫຼໍ່ແຫຼມລຽບຕາມຊາຍແດນ ແລະ ຕາມພື້ນທີ່ປ່າໄມ້ ໃນຂອບເຂດທຸກປະເພດປ່າທີ່ກໍານົດໄວ້ໃນກົດໝາຍ;
  11. ປະສານສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ເພື່ອຕິດຕາມ, ກວດກາ ແລະ ປະເມີນຜົນການປະຕິບັດວຽກງານຂອງເຈົ້າໜ້າທີ່ປ່າໄມ້, ກອງກວດກາປ່າໄມ້ປະຈໍາແຂວງ, ນະຄອນຫຼວງ, ໜ່ວຍງານກວດກາປ່າໄມ້ເມືອງ, ຈຸງານກວດກາປ່າໄມ້ບ້ານ ກ່ຽວກັບວຽກງານກວດກາ ແລະ ດໍາເນີນຄະດີຊັບພະຍາກອນປ່າໄມ້;
  12. ປະສານສົມທົບກັບ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ອື່ນ ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ມີສ່ວນກ່ຽວຂ້ອງໃນວຽກງານກວດກາ ແລະ ການດໍາເນີນຄະດີຊັບພະຍາກອນປ່າໄມ້;
  13. ຂຶ້ນແຜນ, ຄຸ້ມຄອງນໍາໃຊ້ງົບປະມານ, ພາຫະນະ ແລະ ຊັບສົມບັດຕ່າງໆ ພ້ອມທັງກໍ່ສ້າງ-ບໍາລຸງພະນັກງານ-ລັດຖະກອນ, ຕິດຕາມກວດກາ ແລະ ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຕ່າງໆທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ເພື່ອລາຍງານໃຫ້ຂັ້ນເທິງຊາບ ແຕ່ລະໄລຍະ;
  14. ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການຊ່ວຍເຫຼືອດ້ານທຶນຮອນ ແລະ ແລກປ່ຽນບົດຮຽນກ່ຽວກັບການກວດກາ ແລະ ດໍາເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້ ຕາມການອະນຸມັດຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້;
  15. ສົ່ງເສີມບົດບາດ ຍິງ-ຊາຍ ແລະ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ປະກອບສ່ວນເຂົ້າໃນວຽກງານຂອງກົມກໍ່ຄືໃນຂະແໜງການກະສິກໍາ ແລະ ປ່າໄມ້;
  16. ປະກອບສ່ວນເຂົ້າໃນການພັດທະນາວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກໍາ ແລະ ປ່າໄມ້ ໃນການຕອບສະໜອງຄູ-ອາຈານສອນ, ຊ່ວຍປັບປຸງຫຼັກສູດ, ຮັບນັກສຶກສາຝຶກງານ ຂອງວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ;

ປະຕິບັດໜ້າທີ່ອື່ນ ຕາມການມອບມາຍຂອງຂັ້ນເທິງ.