ເພື່ອເປັນການຢ້ຽມຢາມ ແລະ ໃຫ້ທິດຊີ້ນຳ ວຽກງານຮ່ວມມືດ້ານກະສິກຳລະຫວ່າງ ສປປ ລາວ ແລະ ສ. ຮົງກາລີ. ດັ່ງນັ້ນ, ໃນວັນທີ 11 ຕຸລາ ຜ່ານມາ ທີ່ ຟາມ ເພາະພັນປາ ນ້ຳຫຸມ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ເຈົ້າຄອງນະຄອນຫຼວງວຽງຈັນ ການນຳກະຊວງ, ການນຳເມືອງນາຊາຍທອງ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຟາມ ເພາະພັນປາ ນ້ຳຫຸມ ກໍ່ຄື ບໍລິສັດ ເອດີຊີ ພັດທະນາການປະມົງ ຈຳກັດ ເປັນບໍລິສັດຮ່ວມທຶນ ລະຫວ່າງ ນັກລົງທຶນລາວ ແລະ ນັກລົງທຶນຮົງກາລີ ສ້າງຕັ້ງຂຶ້ນໃນປີ 2015 ພາຍໃຕ້ການຊີ້ນຳ ຈາກພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ. ປະຈຸບັນທາງບໍລິສັດ ໄດ້ປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງຢ່າງຕໍ່ເນື່ອງ ແລະ ມີຊ່ຽວຊານຈາກປະເທດຮົງກາລີ ມາປະຈຳຢູ່ສະຖານີ ຮ່ວມກັບພະນັກງານວິຊາການຂອງລາວໃນການຄົ້ນຄວ້າ ແລະ ນຳໃຊ້ເຕັກໂນໂລຊີ້ລະດັບສູງເຂົ້າໃນການຜະລິດແນວພັນປາ ເພື່ອສະໜອງໃຫ້ຊາວກະສິກອນພາຍໃນນະຄອນຫຼວງວຽງຈັນແລະ ຕ່າງແຂວງ. ເນື້ອທີ່ທັງໝົດຂອງຟາມມີ 7.5 ເຮັກຕາ ໃນນັ້ນປະກອບມີໜອງປາ ຈຳນວນ 13 ໜອງ ແລະ ອ່າງເກັບນ້ຳ ຈຳນວນ 1 ອ່າງ. ໃນປີຜ່ານມາ ສາມາດຜະລິດແມ່ພັນປານິນ ໄດ້ປະມານ 2.000ກິໂລ, ເກັບໄຂ່ໄດ້ສະເລ່ຍ 14 ກິໂລຕໍ່ເດືອນ, ຜະລິດປານິນໝັນ(ປາແປງເພດ) ໄດ້ປະມານ 1.120.000 ໂຕຕໍ່ເດືອນ, ປານ້ອຍໝັນພ້ອມຂາຍ 784.000ໂຕຕໍ່ເດືອນ, ສະເລ່ຍສາມາດຜະລິດປານ້ອຍໄດ້ປະມານ 9.300.000ໂຕຕໍ່ປີ. ທ່ານປະທານ ປະເທດ ໄດ້ສະແດງຄວາມຊົມເຊີຍໝາກຜົນຂອງ ການຮ່ວມມື ອັນດີ ຂອງນັກລົງທຶນ ຈາກ ສ. ຮົງກາລີ ກໍ່ຄື ການຮ່ວມມືດ້ານກະສິກຳ ລະຫວ່າງ ສປປ ລາວ ແລະ ສ. ຮົງກາລີ. ທ່ານໄດ້ເນັ້ນໃຫ້ບໍລິສັດ ເອົາໃຈໃສ່ຜະລິດແນວພັນປາ ແລະ ປາພ້ອມຂາຍ ເພື່ອປ້ອນສູ່ຕະຫຼາດພາຍໃນນະຄອນຫຼວງວຽງຈັນກໍ່ຄືຕ່າງແຂວງໃນຂອບເຂດທົ່ວປະເທດໃຫ້ຫຼາຍຂຶ້ນ. ຕໍ່ມາ ທ່ານ ປະທານປະເທດ ຍັງໄດ້ໃຫ້ກຽດຢ້ຽມຊົມໜອງອານຸບານປາ ແລະ ໜອງ ພໍ່ແມ່ພັນ ປານິນ ໃຫ້ຂໍ້ມູນໂດຍ ທ່ານ ແຟແຣນ ເລວໍອີ ຜູ້ຈັດການທົ່ວໄປບໍລິສັດ ເອດີຊີ ພັດທະນາການປະມົງ ຈຳກັດ ນຳອີກ.
About the author