Yearly Archive 2019

Byphetsamone Xayyamoungkhoun

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020)

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ເປັນແຜນຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊມຸໃຫຍ່ຄງັ້ທ ີX ຂອງພກັ ແລະ ສບືຕໍ່ສມຸໃສ່ແກ້ໄຂຂໍ້ຄງົຄ້າງຂອງແຜນ 5 ປ ີຄງັ້ຜ່ານມາໃຫ້ປະກດົຜນົສໍາເລດັ. ນອກ ນນັ້, ຍັງເປັນແຜນຜັນຂະຫຍາຍຍຸດທະສາດພັດທະນາເສດຖະກິດ-ສັງຄົມ ຮອດປີ 2025 ແລະ ວິໄສທັດຮອດປີ 2030, ສ້າງ ພື້ນຖານ ບາດລ້ຽວໃໝ່ໃຫ້ແກ່ການພັດທະນາ ເພື່ອນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ໃນປີ 2020 ແລະ ກ້າວໄປສູ່ປະເທດກໍາລງັພດັທະນາທມີ່ລີາຍຮບັປານກາງສງູໃນປ ີ2030. ດງັ່ນນັ້, ແຜນພດັທະນາເສດຖະ ກດິ-ສງັຄມົແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຈິ່ງມີຄວາມສໍາຄັນຫຼາຍຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະ ເທດຊາດຕາມແນວທາງກ ານປ່ຽນແປງໃໝ່ຂອງພັກ.
ແຜນພດັທະນາເສດຖະກດິ-ສງັຄມົແຫ່ງຊາດ 5 ປ ີຄງັ້ທ ີVIII (2016-2020) ເປນັແຜນບກຸທະລທຸາງດ້ານຈນິ ຕະນາການ ທີ່ສ້າງຂຶ້ນໂດຍອີງໃສ່ໝາກຜົນ ຫຼື ເປົ້າໝາຍໃຫຍ່ທີ່ຄາດວ່າຈະໄດ້ຮັບໃນທ້າຍສະໄໝຂອງແຜນການ 5 ປີ ຊຶ່ງໄດ້ມີການຄົ້ນຄວ້າ, ກໍານົດເປົ້າໝາຍ ແລະ ໜ້າວຽກຈຸດສຸມໃນການພັດທະນາທີ່ຈະແຈ້ງ ແລະ ສອດຄ່ອງກັບແຜນພັດທະນາຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບ ຕາມກອບແຫຼ່ງທຶນທີ່ຄາດວ່າຈະສາມາດຕອບສະໜອງໄດ້ຈ າກແຫຼ່ງຕ່າງໆເຊັ່ນ: ການລົງທຶນຈາກງົບປະມານພາຍໃນ, ການຊ່ວຍເຫຼືອລ້າ ແລະ ກູ້ຢືມ, ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການລົງທຶນຈາກລະບົບການເງິນ-ເງິນຕາ; ນອກນີ້, ແຜນການຄັ້ງນີ້ຍັງ ໄດ້ກໍານົດຂອບຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນ ເພື່ອເປັນບ່ອນອີງໃຫ້ແກ່ທຸກພາກສ່ວນໃນການຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ ງປະຕິບັດຕົວຈິງໃນແຕ່ລະໄລຍະ ໂດຍສະເພາະການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປະຈໍາແຕ່ລະປີ, ກາງສະໄໝ ແລະ ທ້າຍສະໄໝ ເພື່ອໃຫ້ສາມາດເຫັນໄດ້ຜົນສໍາເລັດ, ຈຸດອ່ອນ, ຂໍ້ຄົງ ຄ້າງ ແລະ ສິ່ງທ້າທາຍຕ່າງໆ ເພື່ອປັບປຸງ ແລະ ແກ້ໄຂໃຫ້ທັນ ສະພາບການ.

Byphonepaseuth

ທ່ານ ປະທານ ປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ບໍລິສັດ ເອດີຊີ ພັດທະນາການປະມົງ ຈຳກັດ

ເພື່ອເປັນການຢ້ຽມຢາມ ແລະ ໃຫ້ທິດຊີ້ນຳ ວຽກງານຮ່ວມມືດ້ານກະສິກຳລະຫວ່າງ ສປປ ລາວ ແລະ ສ. ຮົງກາລີ. ດັ່ງນັ້ນ, ໃນວັນທີ 11 ຕຸລາ ຜ່ານມາ ທີ່ ຟາມ ເພາະພັນປາ ນ້ຳຫຸມ, ເມືອງນາຊາຍທອງ, ນະຄອນ ຫຼວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ເຈົ້າຄອງນະຄອນຫຼວງວຽງຈັນ ການນຳກະຊວງ, ການນຳເມືອງນາຊາຍທອງ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Read More

ByAiryai Vongxay

ກອງປະຊຸມໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ

ກອງປະຊຸມຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ຄັ້ງທີ 3 ປະຈໍາປີ 2019 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2019 ຢູ່ທີ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້. ໃຫ້ກຽດເປັນປະທານໂດຍທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້, ທ່ານ ນ. ຟໍຣົງ ຊອງບຼອງ-ຣີສະເລີ ເອກອັກຄະລັດຖະທູດຝຣັ່ງປະຈໍາລາວ, ທ່ານ ນາສາ ຮາຢັດ ຜູ້ຕາງໜ້າອົງການອາຫານ ແລະການກະເສດປະຈໍາລາວ. ມີຄະນະກໍາມະການຊີ້ນຳ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າຈາກເຄື່ອຂ່າຍຊາວກະສິກອນລາວ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງໜ່ວຍງານຂະແໜງການ ກະສິກໍາ ແລະພັດທະນາຊົນນະບົດ ໃນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມໂຕະມົນ 2018 , ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ແລະກະກຽມ ຄັ້ງທີ 9. ພ້ອມທັງປຶກສາຫາລືເພື່ອຊອກຫາວິທີການແກ້ໄຂ ກ່ຽວກັບບັນຫາການລະບາດຂອງໜອນ ແລະ ພະຍາດອະຫິວາໝູອະຟຣິກາ ຢູ່ໃນ ສປປລາວ, ປຶກສາຫາລືກ່ຽວກັບການສຳຫລວດຂໍ້ມູນທາງດ້ານ ສະຖິຕິກະສິກໍາ ຂອງລາວ, ຊື່ງເປັນໜ້າວຽກໜຶ່ງທີ່ສໍາຄັນ ທີ່ຈະໄດ້ປະກອບສ່ວນເຂົ້າໃນການສ້າງແຜນພັດທະນາກະສິກຳ ແລະ ປ່າໄມ້ ໄລຍະ 5 ປີຕໍ່ໜ້າ. ໂອກາດນີ້ ທ່ານ ປອ. ພວງປຣະຣິສັກ ປຣະວົງວຽງຄຳ ໄດ້ກ່າວວ່າ: ມັນມີຄວາມຈຳ ເປັນຢ່າງຮີບດ່ວນທີ່ຈະຕ້ອງມີນະໂຍບາຍ ແລະ ມາດຕະການ ການຮັບມື ເພື່ອຊ່ວຍຊາວກະສິກອນຂະໜາດນ້ອຍ ທີ່ຕໍ່ສູ້ກັບບັນຫາໄພຂົ່ມຂູ່ດ້ານຄວາມໜັ້ນຄົງທາງຊີວະນາໆພັນເຊັ່ນ: ການລະບາດຂອງໜອນ, ພະຍາດອະຫິວາໝູ ອະຟຣິກກາ ແລະ ເພື່ອຫລຸດຜ່ອນຜົນກະທົບດ້ານລົບຕໍ່ກັບການດຳລົງຊີວິດໃນເຂດຊົນນະບົດ. ກອງປະຊຸມໄດ້ດຳເນີນໄປເປັນເວລາໜຶ່ງວັນຈຶ່ງສໍາເລັດລົງ.

ແຫລ່ງຂ່າວ: ພາບແລະຂ່າວ ໂດຍ ພະແນກໂຄສະນາ ແລະ ຂ່າວສານ

Byphonepaseuth

ກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ

ໃນອາທິດຜ່ານມາ ກົມແຜນການ ແລະການເງິນກະຊວງກະສິກໍາ ແລະປ່າໄມ້ ໄດ້ຈັດກອງປະຊຸມເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຂຶ້ນຢູ່ສະໂມສອນກະຊວງກະສິກໍາ ແລະປ່າໄມ້ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້. ພ້ອມນີ້ມີທ່ານ ຮອງເຈົ້າແຂວງ 4ແຂວງເປົ້າໝາຍຂອງໂຄງການ, ຫົວໜ້າຝ່າຍການຮ່ວມມື ຂອງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ແລະ ທີ່ປຶກສາເອກ ຂອງສະຖານທູດຝລັ່ງປະຈໍາລາວ. ມີຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ຂອງແຂວງເປົ້າໝາຍໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມເພື່ອເປີດໂຄງການປູກຈິດສໍານຶກດ້ານກະສິກໍາ-ໂພຊະນາການ ຢ່າງເປັນທາງການ, ລາຍງານສະພາບລວມຂອງໂຄງການ ໃນການກະກຽມເນື້ອໃນຕ່າງໆເພື່ອຈັດຕັ້ງປະຕິບັດໂຄງການ ແລະ ປຶກສາຫາລື ລະຫວ່າງຜູ້ໃຫ້ທຶນ ກັບບັນດາຄະນະຊີ້ນໍາໂຄງການ ແຕ່ລະຂັ້ນເພື່ອຄວາມເປັນເອກະພາບກອບແນວຄວາມຄິດຂອງໂຄງການກໍ່ຄືວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸເປົ້າໝາຍທີ່ວາງໄວ້. ທ່ານ ຄອນສະຫວັນ ວົງໄຊ ຫົວໜ້າຜູ້ປະສານງານໂຄງການຂັ້ນສູນກາງ ໄດ້ຂຶ້ນລາຍງານວ່າ: ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກສະຫະພາບເອີຣົບ ຈໍານວນ 4,7 ລ້ານເອີໂຣ, ອົງການພັດທະນາປະເທດຝລັ່ງ 1 ລ້ານເອີໂຣ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວຽກງານກະສິກໍາ-ໂພຊະນາການ4 ມາດຕະການໃນຍຸດທະສາດໂພຊະນາການແຫ່ງຊາດຂອງຂະແໜງການກະສິີກໍາ ແລະປ່າໄມ້ ຢູ່ 4 ແຂວງເປົ້າໝາຍຄື ແຂວງຜົ້ງສາລີ 2 ເມືອງ, ແຂວງຫົວພັນ 1 ເມືອງ ແລະແຂວງຫຼວງພະບາງ 7 ເມືອງ ແລະແຂວງຫຼວງນໍ້າທາ 1 ເມືອງ. ສໍາລັບປີທີ 1-2 ແມ່ນຈະຈັດຕັ້ງປະຕິບັດທົດລອງຢູ່ 7 ເມືອງຂອງແຂວງຫຼວງພະບາງ ສໍາລັບປີທີ 3 ແມ່ນຈະຈັດຕັ້ງປະຕິບັດບັນດາເມືອງເປົ້າໝາຍທີ່ຍັງເຫຼືອ ຊື່ງມີໄລຍະການຈັດຕັ້ງປະຕິບັດໂຄງການ 4 ປີ ເລີ່ມແຕ່ປີ 2018-2022. ນອກນັ້ນ ກອງປະຊຸມຍັງໄດ້ມີການປຶກສາຫາລື ແລະແລກປ່ຽນຄໍາຄິດຄໍາເຫັນ ໃນການເຮັດວຽກໃນຕໍ່ໜ້າ ໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນ ຕາມແຜນການຂອງໂຄງການໄດ້ວາງໄວ້.

ພາບແລະຂ່າວໂດຍ: ພະແນກໂຄສະນາ ແລະ ຂ່າວສານ